ໃນການສຳຫລວດພາກສະຫນາມ ມັນກໍ່ເປັນເລື້ອງລະອຽດອ່ອນຫລາຍ ມີລາຍລະອຽດບໍ່ຫນ້ອຍ. ອຸປະກອຍສຳຫລວດ ທີ່ມັກໃຊ້ກັນ ກໍ່ມີ ພວກກ້ອງ ໄດ້ແກ່ ກ້ອງມູມ ໄວ້ແທກມູມຫັກເຫ ກ້ອງລະດັບ ໄວ້ແທກຄວາມແຕກຕ່າງຂອງຄວາມສູງຂອງພື້ນທີ່, ພວກໄມ້ ໄດ້ແກ່ ໄມ້ເມຍ ໄມ້ໂປນ ໄມ້ສະຕາຟ ນອກນັ້ນກໍ່ມີ ແກ້ວຕາເສືອ ເຂັມທິດ
ມື້ນີ້ເຮົາມາຮູ້ຈັກກັບກ້ອງມູມ ເພິ່ນໃຊ້ກ້ອງມູມຮ່ວມກັບໄມ້ໂປນ ໂດຍໃຊ້ຄົນ3ຄົນ ມີຕາກ້ອງ 1 ຄົນ ແລະ ຜູ້ຖືໄມ້ ຢືນຢູ່ທາງຫນ້າ ແລະ ຜູ້ຖືໄມ້ ຢືນຢູ່ທາງຫລັງຂອງກ້ອງ
ຄົນສ່ອງຈະປິ່ນກ້ອງໄປຫາຄົນຖືໄມ້ທາງຫລັງກ່ອນ ຕັ້ງຄ່າມູມເປັນ 0 ແລ້ວອວ່າຍໄປຫາຄົນຖືໄມ້ທາງຫນ້າ ແລ້ວບັນທຶກມູມ ເອົາລະອຽດເປັນອົງສາ ລິບດາ ແລະ ວິລິບດາ
ກ້ອງມູມເປັນເຄື່ອງມືທີ່ລະອຽດອ່ອນ ຖ້າມີການກະທົບກະແທກ ຫລື ຖືກຝົນ ຈະມີຜົນຕໍ່ຄວາມຊັດເຈນຂອງມັນ.
ເວລາຕັ້ງກ້ອງ ຕ້ອງເຮັດໃຫ້ຖືກຕ້ອງ ໂດຍອາໄສນ້ຳທ່ຽງ
ສະບາຍດີ ອ້າຍພະນົມສິນ 55555
ເຂົ້າມາອັບເດດບລ໋ອດຕົວເອງ,ເລີຍມາເຈິບລ໋ອດອ້າຍຢູ່ນີ້ 5555
ກະເລີຍແວ່ເຂົ້າມາທັກທາຍໜ້ອຍ1
ຈາກNovemberພັນລາວ ^^
By: rockystar on ເດືອນມີນາ 12, 2009
at 12:27 am
ອໍ.. ລະອຽດກວ່າທິດສະດີທີ່ເຮົາຮຽນສະອີກ – –
By: PhoeniXTeN on ເດືອນກັນຍາ 15, 2009
at 4:38 pm