ມື້ນີ້ ໄດ້ມີໂອກາດ ຖາມຂ່າວທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວຫນ້າພະແນກເຕັກນິກ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຈຳປາສັກ, ເພິ່ນກໍ່ໄດ້ໃຫ້ຂໍ້ມູນ ຈຳນວນ ຫນຶ່ງ ໃຫ້ກັບພວກເຮົາ
ແຂວງຈຳປາສັກ ມີຕາຂ່າຍໄຟຟ້າ ແຮງກາງ 1224 ກິໂລແມັດ, ຕາຂ່າຍແຮງຕ່ຳ 1364 ກິໂລແມັດ, ປ້ອມຫມໍ້ແປງ 903 ຈຸດ ລວມກຳລັງຕິດຕັ້ງ 142 605 ກິໂລໂວນອຳແປ, ຫມໍ້ນັບໄຟ 61 162 ຫນ່ວຍ
ຫລັງຈາກ ໄດ້ຮ່ວມມືກັບ ກຕຟ ປະຕິບັດໂຄງການ ເກັບກຳຂໍ້ມູນ ຕາຂ່າຍໄຟຟ້າ ແຂວງ ຈຳປາສັກ ສຳເລັດລົງ ໃນຕົ້ນປີ 2007 ນີ້,
ທາງ ຟຟລ ສາຂາ ຈຳປາສັກ ໄດ້ສືບຕໍ່ການເກັບຂໍ້ມູນ ເຂົ້າລະບົບເກັບກຳຂໍ້ມູນ ທີ່ທາງກຕຟ ໄດ້ສ້າງໄວ້ໃຫ້
ນັບແຕ່ເດືອນ 5/2007 ເປັນຕົ້ນມາ ຈົນຮອດປະຈຸບັນ ສາມາດ ເກັບກຳຂໍ້ມູນ ປ້ອນຂໍ້ມູນ ແລະ ແຕ້ມໄປແລ້ວ ດັ່ງມີລາຍລະອຽດ ຄື:
ຕາຂ່າຍແຮງກາງ ເຮັດໄດ້ 500 ກິໂລແມັດ ຄາດວ່າຈະໃຫ້ສຳເລັດ ໃນເດືອນ 10 ປີ 2007 ນີ້, ຕາຂ່າຍແຮງຕ່ຳ ເຮັດໄດ້ 100 ກມ ຄາດຫມາຍສຳເລັດ ແມ່ນ ທ້າຍປີ 2009, ປ້ອມຫມໍ້ແປງ ສຳເລັດໄປແລ້ວ 200 ປ້ອມ ຈະສຳເລັດ ໃນ ເດືອນ 12/2007 ແລະ ພາກຫມໍ້ນັບໄຟ ສຳເລັດແລ້ວ 750 ຫນ່ວຍ
ໄລຍະນີ້ ພວມເລັ່ງເກັບ ສຳລັບໂຄງການ ຂອງພາກສ່ວນ Loss ໂດຍສະເພາະ ແມ່ນພາກແຮງກາງ
ຍາກໃຫ້ມີການອັບເດດຕື່ມມາຮອດປະຈຸບັນໄດ້ຈັກ% ແລ້ວ
By: khanyai on ເດືອນມີນາ 14, 2009
at 2:01 pm