ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໄດ້ອັດຊຸດເຝິກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຫ້ອງຂໍ້ມູນ ແລະ ແຜນທີ່ຂັ້ນທ້ອງຖິ່ນຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ (ອຄດຊ) ຊຸດທີ 2 ຢ່າງເປັນທາງການ ໃນອາທິດຜ່ານມາ ພາຍຫຼັງຊຸດເຝິກອົບຮົມໄດ້ດຳເນີນມານັບແຕ່ວັນທີ 30 ພຶດສະພາ ຫາ 17 ມິຖຸນາ 2011 ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເປັນປະທານເປີດ-ອັດຊຸດເຝິກອົບຮົມຄັ້ງນີ້ ແມ່ນທ່ານ ດຣ.ບຸນເກື້ອ ວົງສາລາດ ຮອງຫົວໜ້າສູນຄົ້ນຄ້ວາ ແລະ ຂໍ້ມູນຂ່າວສານທີ່ດິນ ແລະ ຊັບພະຍາກອນທຳມະຊາດ (ສຄຂດ).
ການເຝິກອົບຮົມຄັ້ງດັ່ງກ່າວ ແມ່ນການຮ່ວມມືລະຫວ່າງສູນເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນ-ຊັບພະຍາກອນທຳມະຊາດ ແລະ ອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍມີຈຸດປະສົງເພື່ອເພີ່ມຂີດຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂອງຫ້ອງການຂໍ້ມູນ ແລະ ແຜນທີ່ຂັ້ນທ້ອງຖິ່ນຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ (ອຄດຊ) ເຊິ່ງມີບັນດາຜູ້ເຂົ້າຮ່ວມຈຳນວນ 16 ທ່ານ ທີີ່ມາຈາກບັນດາແຂວງຄື: ບໍ່ແກ້ວ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ສາລະວັນ ອັດຕະປື ແລະ ຈຳປາສັກ.
ເນື້ອໃນການເຝິກອົບຮົມໄດ້ເນັ້ນເຖິງວິທີໃຊ້ໂປຼແກມ Arc GIS ນຳໃຊ້ Layer ເຂົ້າໃນແຜນທີ່ ການແກ້ໄຂ ແລະ ຮຽບຮຽງຂໍ້ມູນ ຈັດການຖານຂໍ້ມູນແຜນທີ່ພູມສາດ ການນຳໃຊ້ພາບຖ່າຍ ແລະ ການສັ່ງພິມ ການເກັບກຳຂໍ້ມູນທາງດ້ານເອກະສານສະຖິຕິ ແລະ ແຜນທີ່ ການໃຊ້ GPS GPS Garmin ແລະ ຄວາມຮູ້ Visual Basic 2008 ຊຶ່ງທັງໝົດນັ້ນເປັນສ່ວນໜຶ່ງຂອງການຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈໃຫ້ແກ່ບັນດາຜູ້ເຂົ້າຮ່ວມສາມາດປະຕິບັດວຽກງານຕົວຈິງໃນການສຳຫຼວດ ຈັດສັນ ຈັດແບ່ງ ສ້າງແຜນທີ່ນຳໃຊ້ທີ່ດິນ ແຜນປົກປັກຮັກສາ ແລະ ນຳໃຊ້ທີ່ດິນຢ່າງມີປະສິດທິພາບ ພ້ອມດຽວກັນນັ້ນ ຍັງເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງການພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນແຕ່ລະໄລຍະ.
http://www.vientianemai.net/teen/khao/1/3447













Recent Comments